ສະຖານການສຶກສາໂລໂກສ ໃນເບື້ອງຕົ້ນ ເປັນສູນໂລໂກສ ອາກາເດມີ ສ້າງຕັ້ງຂຶ້ນເມື່ອ ປີ 2001 ແລະ ໄດ້ເປີດສອນໃນຫຼັກສູດ ລະບົບບຳລຸງ ແລະ ຝຶກອົບຮົມໄລຍະສັ້ນ ພາສາອັງກິດ, ພາສາເກົາຫຼີ ແລະ ຄອມພິວເຕີ.
ມາຮອດປີ 2014 ສູນໂລໂກສ ອາກາເດມີ ໄດ້ຮັບອະນຸຍາດ ໃຫ້ຍົກລະດັບຂຶ້ນເປັນ ວິທະຍາໄລໂລໂກສ ຈາກກະຊວງສຶກສາທິການ ແລະ ກິລາ, ຕາມຂໍ້ຕົກລົງສະບັບເລກທີ: 3413/ສສກ.ອສ, ລົງວັນທີ 14 ສິງຫາ 2014;
ໃນປີ 2021 ວິທະຍາໄລໂລໂກສ ໄດ້ຮັບອະນຸມັດຍົກລະດັບຈາກວິທະຍາໄລ ຂຶ້ນເປັນ ສະຖາບັນ ພາສາຕ່າງປະເທດ ໂລໂກສ ຈາກກະຊວງສຶກສາທິການ ແລະ ກິລາ, ຕາມຂໍ້ຕົກລົງສະບັບເລກທີ: 3112/ສສກ, ລົງວັນທີ 11 ສິງຫາ 2021 ແລະ ໃນປີ 2023 ສະຖາບັນ ພາສາຕ່າງປະເທດ ໂລໂກສ ກໍ່ໄດ້ຖືກຮັບຮອງເປັນສະຖາບັນສົມບູນ ຈາກກະຊວງສຶກສາທິການ ແລະ ກິລາ ຕາມຂໍ້ຕົກລົງສະບັບເລກທີ 3396/ສສກ, ລົງວັນທີ 17 ກໍລະກົດ 2023;
ຮູບແບບການລົງທຶນ ແມ່ນການລົງທຶນໂດຍກົງຈາກພາກສ່ວນເອກະຊົນຕ່າງປະເທດ, ໂດຍອອກຊື່: ທ່ານ ປອ. ຈິນຊຸນ ຈອງ (PhD. CHUNG JIN SUL) ຈາກ ສ. ເກົາຫລີ ເປັນຜູ້ລົງທຶນ 100%, ຊື່ງລັດຖະບານລາວ ກໍ່ຄືກະຊວງສຶກສາທິການ ແລະ ກິລາ ມີນະໂຍບາຍຊຸກຍູ້, ສົ່ງເສີມ ແລະ ຄຸ້ມຄອງດ້ານວິຊາການ, ໃຫ້ຜູ້ລົງທຶນ ມີສິດ ແລະ ໜ້າທີ່ ຄຸ້ມຄອງການບໍລິຫານຕາມພາລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບອະນຸຍາດ ຈາກກະຊວງສຶກສາທິການ ແລະ ກິລາ.
LOGOS INSTITUTE OF FORIEGN LANGUAGE
Phonphanao Village, Saysettha District, Vientiane capital, Laos
Tel: 021 418120 / w.a: 020 9236 2524