ໃນຕອນເຊົ້າ ວັນພຸດ ວັນທີ 2 ມິຖຸນາ 2025 ທີ່ສະຖາບັນພາສາຕ່າງປະເທດໂລໂກສໄດ້ເປີດກອງປະຊຸມສະພາວິຊາການ ສພລ ປະຈຳປີ 2025 ພາຍໃຕ້ການຊີ້ນຳ – ນຳພາ ໂດຍ ຄະນະປະທານສະພາສະຖາບັນ ພ້ອມດ້ວຍ ບັນດາຫົວໜ້າພະແນກ, ບັນດາຫົວໜ້າພາກວິຊາ ພ້ອມດ້ວຍ ພະນັກງານ- ຄູອາຈານ; ເຊິ່ງພາຍໃນກອງປະຊຸມ ແມ່ນໄດ້ປຶກສາຫາລືກ່ຽວກັບ ການປັບປຸງກົດລະບຽບ, ນິຕິກຳຕ່າງໆ ພ້ອມທັງ ວຽກງານວິຊາການດ້ານອື່ນໆ ເພື່ອກຽມພ້ອມໃສ່ການເປີດສົກຮຽນໃໝ່ 2025-2026.