ສະຖາບັນ ພາສາຕ່າງປະເທດ ໂລໂກສ ຂຽນດ້ວຍຕົວອັກສອນຫຍໍ້ “ສພລ” ແລະ ຂຽນເປັນພາສາອັງກິດວ່າ: “Logos Institute of Foreign Language” ຂຽນເປັນໂຕຫຍໍ້ພາສາອັງກິດວ່າ: “LIFL” ເປັນອົງການຈັດຕັ້ງວິຊາການໜຶ່ງ ທີ່ມີຖານະທຽບເທົ່າຄະນະວິຊາຂອງມະຫາວິທະຍາໄລ, ມີພາລະບົດບາດ ໃນການພັດທະນາຫຼັກສູດການຮຽນ-ການສອນ, ກໍ່ສ້າງນັກວິຊາການດ້ານພາສາຕ່າງປະເທດ ແລະ ສາຂາວິຊາອື່ນທີ່ກ່ຽວຂ້ອງ, ສ້າງນັກຮຽນ-ນັກສຶກສາໄປຕາມ 5 ຫຼັກມູນການສຶກສາແຫ່ງຊາດ, ເພື່ອຮັບປະກັນ 3 ລັກສະນະການສຶກສາແຫ່ງຊາດ, ເພື່ອໃຫ້ມີຄວາມຮູ້ຄວາມສາມາດ ປະກອບສ່ວນຕອບສະໜອງ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ, ໂດຍຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງສຶກສາທິການ ແລະ ກິລາ.
LOGOS INSTITUTE OF FORIEGN LANGUAGE
Phonphanao Village, Saysettha District, Vientiane capital, Laos
Tel: 021 418120 / w.a: 020 9236 2524