ກ່ຽວກັບສະຖາບັນ

ປະຫວັດຄວາມເປັນມາ

ສະຖານການສຶກສາໂລໂກສ ໃນເບື້ອງຕົ້ນ ເປັນສູນໂລໂກສ ອາກາເດມີ ສ້າງຕັ້ງຂຶ້ນເມື່ອ ປີ 2001 ແລະ ໄດ້ເປີດສອນໃນຫຼັກສູດ ລະບົບບຳລຸງ ແລະ ຝຶກອົບຮົມໄລຍະສັ້ນ ພາສາອັງກິດ, ພາສາເກົາຫຼີ ແລະ ຄອມພິວເຕີ.
ມາຮອດປີ 2014 ສູນໂລໂກສ ອາກາເດມີ ໄດ້ຮັບອະນຸຍາດ ໃຫ້ຍົກລະດັບຂຶ້ນເປັນ ວິທະຍາໄລໂລໂກສ  ແລະ ໃນປີ 2021 ວິທະຍາໄລໂລໂກສ ໄດ້ຮັບອະນຸມັດຍົກລະດັບຈາກວິທະຍາໄລ ຂຶ້ນເປັນ ສະຖາບັນພາສາຕ່າງປະເທດ ໂລໂກສ ແລະ ໃນປີ 2023 ສະຖາບັນ ພາສາຕ່າງປະເທດ ໂລໂກສ ກໍ່ໄດ້ຖືກຮັບຮອງເປັນສະຖາບັນສົມບູນ ຈາກກະຊວງສຶກສາທິການ ແລະ ກິລາ

ວິໄສທັດ (Vision)

ພັດທະນາໂລໂກສ ໃຫ້ກາຍເປັນສະຖານການສຶກສາທີ່ດີເດັ່ນ ທາງດ້ານພາສາຕ່າງປະເທດ, ພັດທະນາ ແລະ ຍົກລະດັບຄຸນນະພາບ ການຈັດຕັ້ງການຮຽນ-ການສອນ ໃຫ້ທັນຍຸກທັນສະໄໝ ທຽບເທົ່າພາກພື້ນ ແລະ ສາກົນ.

ພັນທະກິດ

      ສ້າງນັກສຶກສາໄປຕາມ 3 ລັກສະນະ ແລະ 5 ຫຼັກມູນການສຶກສາ, ຍົກລະດັບວຽກງານການສຶກສາ ແລະ ການບໍລິການວິຊາການໃຫ້ແກ່ສັງຄົມ, ສ້າງບຸກຄະລາກອນໃຫ້ມີຄວາມຮູ້-ຄວາມສາມາດ, ຊຳນານງານດ້ານພາສາຕ່າງປະເທດ ເພື່ອໃຫ້ສອດຄ່ອງກັບຕະຫຼາດແຮງງານ, ປົກປັກຮັກສາ ແລະ ສົ່ງເສີມສີລະປະ ວັດທະນະທໍາ ຂອງຊາດ, ສົມທົບກັບການເລືອກເຟັ້ນ ຮັບເອົາວັດທະນະທໍາ ອັນດີງາມ ແລະ ກ້າວໜ້າຂອງຍຸກສະໄໝ.

ສະພາສະຖາບັນ

ປະທານສະຖາບັນ

ທ່ານ ປອ ກອງສີ ແສງມະນີ 

ຮອງປະທານສະຖາບັນ

ທ່ານ ປອ ຈິນຊຸນ ຈອງ

ກຳມະການ

ທ່ານ ປທ ອືນ ຄອງຄັງ

Alumni

MOU

Busan University of Foreign Studies

Faculty of Language Education